ປະເທດລາວ ຫຼື ຊື່ຢ່າງເປັນທາງການຄື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຫຍໍ້ວ່າ: ສ.ປ.ປ.ລາວ)[10] ແມ່ນປະເທດດຽວທີ່ບໍ່ມີຊາຍແດນອອກສູ່ທະເລຢູ່ໃນອາຊີຕາເວັນອອກສຽງໃຕ້ ມີເນື້ອທີ່ທັງໝົດ 236,800 ຕາລາງກິໂລແມັດ ໂດຍທາງພາກເໜືອມີຊາຍແດນຕິດກັບປະເທດຈີນ ທິດໃຕ້ຕິດກັບປະເທດກຳປູເຈຍ ທິດຕາເວັນອອກຕິດກັບປະເທດຫວຽດນາມ ທິດຕາເວັນຕົກຕິດກັບປະເທດໄທ ແລະ ທິດຕາເວັນຕົກສຽງເໜືອຕິດກັບປະເທດມຽນມາ,ປະເທດລາວມີສ່ວນຮ່ວມໃນຂໍ້ຕົກລົງການຄ້າອາຊີປາຊີຟິກ, ການປະຊຸມສຸດຍອດອາຊຽນ, ການປະຊຸມອາຊີຕາເວັນອອກ ແລະ ໄດ້ເຂົ້າຮ່ວມແມ່ນສະມາຊິກອົງການການຄ້າໂລກຕັ້ງແຕ່ ຄ.ສ. 1997 ກ່ອນຈະໄດ້ຮັບການຕອບຮັບໃນປີ ຄ.ສ. 2013.
>ປະເທດລາວເປັນປະເທດດຽວທີ່ບໍ່ມີທາງອອກສູ່ທະເລໃນອາຊີຕາເວັນອອກສຽງໃຕ້ ຕັ້ງຢູ່ລະຫວ່າງເສັ້ນຂະໜານທີ 14° ແລະ 23° ເໜືອ, ແລະເສັ້ນແວງທີ 100° ແລະ 108° ຕາເວັນອອກ. ເຂດທີ່ປະກອບດ້ວຍປ່າສ່ວນຫຼາຍແມ່ນຕັ້ງຢູ່ພູເຂົາສ່ວນໃຫຍ່, ຈຸດທີ່ສູງທີ່ສຸດແມ່ນພູເບ້ຍຢູ່ທີ່ 2,818 ແມັດທີ່ມີທົ່ງພຽງແລະພູພຽງບາງສ່ວນ.
ພູມອາກາດສ່ວນຫຼາຍແມ່ນມີຄວາມຮ້ອນຊຸ່ມ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ , ມີລະດູຝົນແຕ່ເດືອນພຶດສະພາຫາເດືອນຕຸລາ, ຕໍ່ໄປແມ່ນມີລະດູແລ້ງແຕ່ເດືອນພະຈິກຫາເດືອນເມສາ. ຄົນທ້ອງຖິ່ນແມ່ນວ່າມີ 3 ລະດູຄື: ລະດູຝົນ, ລະດູໜາວ ແລະ ລະດູຮ້ອນ. ນອກຈາກນັ້ນ, ໃນໄລຍະສອງເດືອນສຸດທ້າຍຂອງລະດູແລ້ງສະພາບອາກາດຈະຮ້ອນກວ່າ 4 ເດືອນກ່ອນໜ້ານີ້. ດ້ວຍພູມີປະເທດ ແລະ ພູມອາກາດທີ່ເປັນເຂດຮ້ອນຊຸ່ມ ມັນໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ, ເຊິ່ງມີປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ ທີ່ເປັນບ່ອນປ່າຫງວນສັດຊະນິດທີ່ໃກ້ຈະສູນພັນເຊັ່ນທະນີແກ້ມຂາວທາງພາກເໜືອແລະຊາວລາ. ປ່າເຫຼົ່ານີ້ເປັນບ່ອນພັກອາໄສຂອງສັດລ້ຽງລູກດ້ວຍນົມຫຼາຍກວ່າ 50 ຊະນິດ ແລະນົກເກືອບ 300 ຊະນິດ, ພ້ອມກັບສັດເລືອຄານ ແລະ ສັດນ້ຳຈືດ.
ປະເທດລາວ ຊື່ທາງການແມ່ນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຽນຫຍໍ້ ສປປ ລາວ, ຊື່ພາສາອັງກິດ Lao People's Democratic Republic (Lao PDR). ສປປ ລາວ ຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ຂອງທະວິບອາຊີ, ຢູ່ໃຈກາງຂອງແຫລມອິນດູຈີນ ຈຸດເໜືອສຸດຢູ່ເສັນຂະໜານທີ 22°30'ເໜືອ (ບ້ານລານຕຸຍ,ຜົ້ງສາລີ) ຈຸດໄຕ້ສຸດຢູ່ເສັ້ນຂະໜານທີ 13°54'ເໜືອ (ບ້ານບຶງງາມ,ຈຳປາສັກ) ແລະ ເສັ້ງແວງທີ 100°-108°ຕາເວັນອອກ, ນະຄອນຫລວງ ແມ່ນນະຄອນຫລວງວຽງຈັນ. ສປປ ລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ຊາຍແດນທິດເໜືອຕິດກັບ ສປ ຈີນ 505 ກິໂລແມັດ, ທິດໃຕ້ຕິດກັບ ລາຊະອານາຈັກກຳປູເຈຍ 535 ກິໂລແມັດ, ທິດຕາເວັນອອກຕິດກັບ ສສ ຫວຽດນາມ 2,069 ກິໂລແມັດ, ທິດຕາເວັນຕົກຕິດກັບ ລາຊະອານາຈັກໄທ 1,835 ກິໂລແມັດ ແລະ ທິດຕາເວັນຕົກສ່ຽງເໜືອ ຕິດກັບສະຫະພາບມຽນມາ 236 ກິໂລແມັດ.
Laos, officially the Lao People's Democratic Republic (Lao PDR), is a country in Southeast Asia, located in the center of the Indochina Peninsula. Its northernmost point is at 22°30'N[1] (Lantui Village, Phongsaly). Its southernmost point is at 13°54'N[1] (Ban Beung Nga, Champasak) and longitude 100°-108°E. Its capital is Vientiane. The Lao PDR is a landlocked country, bordering the People's Republic of China to the north for 505 km, Cambodia to the south for 535 km, Vietnam to the east for 2,069 km, Thailand to the west for 1,835 km, and Myanmar to the northwest for 236 km.