ພະທາດຫລວງວຽງຈັນ
ພຣະທາດຫຼວງວຽງຈັນ ມີຄວາມສູງເຖິງ 45ແມັດ, ມີໃບສິມມາອ້ອມ 228ໃບ, ມີບໍລິວານ(ທາດນ້ອຍ)ຕັ້ງອ້ອມຮອບ 30ອົງ, ຕີນພຣະທາດທິດຕາເວັນອອກ-ຕົກ ຍາວ 69ແມັດ, ແຕ່ດ້ານເໜືອ-ໃຕ້ ຍາວ 68ແມັດ ແລະ ມີກົມມະລຽນດ້ານນອກອອ້ມພຣະທາດຫລວງ ແຕ່ລະດ້ານຍາວ 91,75ແມັດ.
- ເປັນປູຊະນິຍະສະຖານບູຮານອັນເປັນສັນຍາລັກຂອງປະເທດລາວ
- ປັນພຣະທາດໂລກະຈຸນລະມະນີ ທີ່ບັນຈຸພຣະສາລິກະທາດຂອງພຣະພຸດທະເຈົ້າ
- ເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ
- ເປັນພະທາດທີ່ສວາຍງາມ ສູງສະຫງ່າ ໂດດເດັ່ນເປັນເອກະລັກຂອງລາວ.
- ເປັນພຣະທາດທີ່ມີການສະເຫລີມສະຫລອງບຸນນະມັດສະການໃນມື້ວັນເພັງເດືອນສິບສອງຂອງທຸກໆປີ , ທີ່ເປັນບຸນໃຫຍ່ໂຕມະໂຫລານທີ່ສຸດຂອງລາວຈັດຂຶ້ນເປັນເວລາ 7ມື້ 7ຄືນຕິດຕໍ່ກັນ, ຈະມີປະຊາຊົນລາວຈາກທຸກສາລະທິດເດີນທາງເຂົ້າມາຮ່ວມສະເຫລີມສະຫລອງບຸນດັ່ງກ່າວ.
- ໃນການສະເຫລີມສະຫລອງບຸນດັ່ງກ່າວຈະປະກອບມີຫລາກຫລາຍກິດຈະກຳຕະຫລອດງານ.
- ພຣະທາດຫຼວງວຽງຈັນ ປະກາຍສີທອງຄຳອັນຮຸ່ງເຮືອງ ຕັ້ງຢູ່ເຂດບ້ານ ທາດຫຼວງ, ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ, ມີອາຍຸຫລາຍກວ່າ 2,000ປີ
ສະຖານທີ່ທ່ອງທ່ຽວໃກ້ຄຽງ
- ວັດເກົ່າແກ່
- ຕະຫຼາດຊຸມຊົນ
- ຈຸດຊົມວິວ