ເມືອງ ວັງວຽງ
ເມືອງວັງວຽງຕັ້ງຢູ່ທາງທິດເໜືອຂອງແຂວງວຽງຈັນຫ່າງຈາກນະຄອນຫຼວງວຽງຈັນໄປຕາມເສັ້ນທາງເລກທີ 13 ເໜືອປະມານ 150 ກິໂລແມັດ ເປັນເມືອງທີ່ອຸດົມສົມບູນໄປດ້ວຍທໍາມະຊາດທີ່ສວຍສົດງົດງາມ, ມີສາຍນໍ້າຊອງໄຫຼຜ່ານແຕ່ເໜືອຮອດໃຕ້, ມີພູຜາປ່າດົງ ແລະ ຖໍ້າຕ່າງໆ ທີ່ອັດສະຈັນຫຼາຍບ່ອນ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກຄົນເປັນຢ່າງດີຈົນກາຍເປັນເມືອງທ່ອງທ່ຽວທີ່ມີສະເໜ່ ສາມາດດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຢ່າງກ້ວາງຂວາງ.
- ວັງວຽງແມ່ນໜຶ່ງໃນສີ່ເມືອງຍອດນິຍົມ ແລະ ເປັນປາຍທາງການທ່ອງທ່ຽວສຳຄັນທີ່ສຸດຂອງລາວ, ຄຽງຄູ່ກັບນະຄອນຫຼວງວຽງຈັນ, ຫລວງພະບາງ ແລະ ຈຳປາສັກ.
- ປີ 1990, ວັງວຽງໄດ້ສ້າງເປັນເຂດທ່ອງທ່ຽວທຳມະຊາດ ແລະ ດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍມາທັດສະນາຈອນ ແລະ ທ່ຽວຊົມທັດສະນິຍະພາບທຳມະຊາດອັນສວຍງາມດັ່ງໃນຝັນ ແລະ ເຕັມໄປດ້ວຍສະເໜ່ໃນນ້ຳໃຈຮັກແພງແຂກຄົນ ຂອງຊາວບ້ານແຫ່ງນີ້.
- ວັງວຽງ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ເຊັ່ນ: ພູຫີນປູນ, ຖ້ຳ, ໃນນັ້ນທີ່ໜ້າອອນຊອນທີ່ສຸດແມ່ນຖ້ຳພູຄຳທີ່ມີຫີນຍ້ອຍຮູບຊົງຄ້າຍໄກ່ປ່າ, ຄັນຄາກ, ມັງກອນ, ຕາດນ້ຳ…
- ນັກທ່ອງທ່ຽວອາດສາມາດເລືອກວິທີພັກຜ່ອນໃນຕູບຕັ້ງຢູ່ເທິງໜ້ານ້ຳ ຫຼື ນອນເທິງທຸ່ນລອຍ ຫຼື ຈະນັ່ງເຮືອຈັກ ຫຼື ພາຍເຮືອກາຢັກລ່ອງໄປຕາມລຳນ້ຳຊອງຢ່ອນອາລົມໄປກັບຍ່ານເວຫາ, ທິວທັດ ແລະ ສະພາບແວດລ້ອມທີ່ສົດໃສ, ເຢັນດີ..
- ໃນ 6 ເດືອນຕົ້ນ ປີ 2023 ນີ້ ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ເມືອງວັງວຽງ 3 ແສນກວ່າຄົນ ໃນນັ້ນນັກທ່ອງທ່ຽວພາຍໃນ 2 ແສນ ກວ່າຄົນ, ນັກທ່ອງທ່ຽວຕ່າງປະເທດ 1 ແສນກວ່າຄົນ.
- ປັດຈຸບັນອໍານາດການປົກຄອງເມືອງວັງວຽງ ໄດ້ສືບຕໍ່ຍົກລະດັບ ແລະ ປັບປຸ່ງສິ່ງອໍານວຍ ຄວາມສະດວກໃນສະຖານທ່ີຕ່າງໆ ເພື່ອຮອງຮັບນັກທ່ອງທ່ຽວທີ່ເຂົ້າມາທ່ຽວ.
- ເພື່ອຮອງຮັບນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ໂດຍສະເພາະພວກ ເຮົາມີແຫລ່ງທ່ອງ ທ່ຽວທາງທໍາມະຊາດ 37 ແຫ່ງ, ປະຫວັດຊາດ 1 ແຫ່ງ ແລະ ວັດທະນະທໍາ ຈໍານວນໜຶ່ງ,
ສະຖານທີ່ທ່ອງທ່ຽວໃກ້ຄຽງ
- ທ່ຽວຊົມຖໍ້າຕ່າງໆຫລາຍບ່ອນເຊັ່ນ: ຖໍ້າຈັງ, ຖໍ້ານາງຟ້າ, ຖໍ້າປູຄໍາ...
- ເລາະແມ່ນໍ້າຊອງ: ເຕັມໄປດ້ວຍຮ້ານອາຫານ, ລ່ອງເຮືອ ຫລື ລ່ອງແກ້ງ ແລະ ກິດຈະກໍາອື່ນໆ