ນໍ້າຕົກຕາດກວາງຊີ
ແຂວງຫລວງພະບາງ ເປັນເມືອງມໍລະດົກໂລກ ມີວັດວາອາຣາມອັນເກົ່າແກ່ ແລະ ຮຸ່ງເຮືອງຫລາຍບ່ອນ, ວັດທະນາທຳອັນເລື່ອງລື, ມີພູສູງງາມຕັ້ງຢູ່ກາງເມືອງ ແລະ ແມ່ນ້ໍາຂອງ, ນ້ໍາຄານໄຫລຜ່ານ ເຊິ່ງເປັນຂວັນໃຈຂອງນັກທ່ອງທ່ຽວທົ່ວທຸກແຫ່ງໃນໂລກຢາກມາທ່ຽວຊົມ
- ຫລວງພະບາງເປັນຈຸດ ໝາຍປາຍທາງຂອງນັກທ່ອງທ່ຽວນາໆປະເທດ, ເປັນເມືອງທີ່ມີຄວາມອຸດົມສົມບູນ ທາງດ້ານສະຖານທີ່ທ່ອງທ່ຽວ ຫຼາຍທີ່ສຸດຂອງໃນ ສປປລາວ
- ຢູ່ຫຼວງພະບາງນອກຈາກຈະມີສະຖານທີ່ທ່ອງທ່ຽວທີ່ສວຍງາມຂຶ້ນຊື່ລະດັບໂລກແລ້ວ ຍັງມີສະຖານທີ່ພັກຜ່ອນຢ່ອນໃຈທີ່ສະດວກສະບາຍ ໄວ້ຄອຍຮອງຮັບແຂກທີ່ມາທ່ຽວຊົມ
- ຫຼວງພະບາງ ເຊີ່ງປະກອບມີແຫຼ່ງທ່ອງທ່ຽວທັງໝົດ 228 ແຫ່ງ, ໃນນີ້ ມີແຫຼ່ງທ່ອງທ່ຽວທາງທຳມະຊາດ 108 ແຫ່ງ, ແຫຼ່ງທອງທ່ຽວທາງວັດທະນະທຳ 86 ແຫ່ງ ແລະ ແຫຼ່ງທ່ອງທ່ຽວ ທາງປະຫວັດສາດ 34 ແຫ່ງ.
- ຫຼວງພະບາງມີແຫຼ່ງທ່ອງທ່ຽວທັງທາງດ້ານທຳມະຊາດ ແລະ ປະຫວັດສາດ. ບັນດາແຫຼ່ງທ່ອງທ່ຽວທາງມະຊາດທີ່ໄດ້ຮັບຄວາມນິຍົມປະກອບມີ: ນໍ້າຕົກຕາດກວາງຊີ ແລະ ຖໍ້າປາກອູ, ກິດຈະກຳຂີ່ຊ້າງໄປຢ້ຽມຊົມສະຖານທີ່ບາງແຫ່ງ, ພູສີ ເຊິ່ງຢູ່ໃຈກາງຂອງຕົວເມືອງ ທີ່ສາມາດແນມ ເຫັນທິວທັດຂອງຕົວເມືອງ ແລະ ແມ່ນໍ້າອີກດ້ວຍ.
- ປັດຈຸບັນຫຼວງພະບາງ ນັບວ່າເປັນນະຄອນແຫ່ງມົນສະເໜ່ຂອງນັກທ່ອງທ່ຽວ ເພາະແຂກທີ່ເດີນທາງມາຍັງດິນແດນແຫ່ງນີ້ ລ້ວມແຕ່ມີຄວາມປະທັບໃຈກັບໄມຕີຈິດມິດຕະພາບຂອງຊາວເມືອງ, ທີ່ມີຄວາມຍິ້ມແຍ້ມແຈ່ມໃສ ໂອບເອື້ອອາລີຕໍ່ ແຂກທີ່ມາຢ້ຽມຢາມ, ມີຂະນົບທຳນຽມປະເພນີທີ່ງົດງາມ.
- ທຳມະຊາດທີ່ສວຍສົດງົດງາມ ແລະ ຊາວເມືອງຫຼວງພະບາງທີ່ມີບຸກຄະລິກທີ່ຍິ້ມແຍ້ມແຈ່ມໃສ, .
- ນອກຈາກນັ້ນ ຍັງເວົ້າຈາມ່ວນອອນຊອນ, ເປັນມິດ ແລະ ມີທຳນຽມ ຮີດຄອງປະເພນີທີ່ສວຍງາມຕັ້ງແຕ່ອະດີດ ຈົນເຖິງປະຈຸບັນ..
ສະຖານທີ່ທ່ອງທ່ຽວທີ່ສຳຄັນ
- ວັດວາອາຣາມອັນເກົ່າແກ່ເຊັ່ນ: ວັດຊຽງທອງ, ທາດພູສີ...
- ທ່ຽວທໍາມະຊາດ: ຕາດກວາງຊີ, ຖໍ້າຕິ່ງ..
- ໃສ່ບາດເຂົ້າໜຽວ, ພະຣາດສະວັງຫລວງພະບາງ, ຕລາດຕອນກາງຄືນ ແລະ ຕອນເຊົ້າ ຫລວງພະບາງ…