ວັັດພູຈຳປາສັກ
ວັດພູຈຳປາສັກ ແຫຼ່ງມໍລະດົກໂລກໄດ້ຮັບການຄັດເລືອກໃຫ້ເປັນສະຖານທີ່ທ່ອງທ່ຽວຍອດນິຍົມ 2 ປີຊ້ອນຄື: ປີ 2015-2016, ໂດຍ ເວັບໄຊ ສປ ຈີນ ທີ່ມີສຳນັກງານຕັ້ງ ຢູ່ນະຄອນຫຼວງປັກກິ່ງເປັນຜູ້ຄັດເລືອກ ຫ້ອງການມໍລະດົກໂລກວັດພູຈຳປາສັກແຈ້ງໃຫ້ຮູ້ຫວ່າງບໍ່ດົນມາ ນີ້ວ່າ: ມໍລະດົກໂລກວັດພູພ້ອມພື້ນທີ່ວັດທະນະທຳຈຳປາສັກໄດ້ຮັບການຄັດເລືອກໃຫ້ເປັນສະຖານທີ່ທ່ອງທ່ຽວຍອດນີຍົມປະຈຳປີ 2015 ແລະ2016 (2 ປີຕິດຕໍ່ກັນ), ໂດຍເວັບໄຊ ສປ ຈີນ..
- ສະຖານທີ່ອັນກວ້າງຂວາງ ງົດງາມ, ຫໍປະສາດຫີນອັນໂດດເດັ່ນທາງການກໍ່ສ້າງດ້ວຍຫີນ ໃຫ້ກົມກືນກັບສະພາບທໍາມະຊາດ, ສະພາບແວດລ້ອມ ແລະ ຊຸມຊົນ.
- ທາງເດີນ ບັນໄດ ຂຶ້ນຊົມສະຖານທີ່ຕ່າງໆ ສູງເຖິງ 95ແມັດ.
- ຫີນແກະສະຫລັກພະພຸດທະຮູບ ແລະ ສິ່ງຕ່າງໆຂອງສະໄໝດັ່ງເດີມ ທີ່ໄດ້ຈັດວາງໄວ້ໃຫ້ໄດ້ຊົມ.
- ທີ່ໃຫ້ສັກກາລະບູຊາຂໍພອນອັນສັກສິດທາງສາດສະໜາຫລາຍຈຸດ..
- ທິງພູມີບໍ່ນ້ຳອັນສັກສິດທີ່ມີນ້ຳຢູ່ຕະຫລອດລະດູການ ເຊິ່ງມີທີ່ນີ້ທີ່ດຽວ, ຜູ້ໄປທ່ຽວຊົມສາມາດໃສ່ຫົວ ຫລື ດຶ່ມກິນ ຈະເຮັດໃຫ້ມີໂຊກມີໄຊ ຕາມຄວາມເຊື່ອຖືຂອງຄົນທ້ອງຖິ່ນ.
- ເປັນສະຖາປັດຕະຍະກຳພິເສດແຫ່ງໜື່ງ ທີ່ມີຄວາມເກົ່າແກ່ ຊຶ່ງເປັນອາຄານກົກເຄົ້າ ສ້າງຂຶ້ນໃນສັດຕະວັດທີ 6, ຈາກນັ້ນກໍ່ມີ ການຕໍ່ເຕີມຕາມຍຸກສະໄໝຕໍ່ມາ ຈົນມາເຖິງສັດຕະວັດທີ 15. .
- ວັດພູເປັນບູຮານສະຖານ ທີ່ໄດ້ອິດທິພົນທາງດ້ານວັດທະນະທຳ ມາຈາກຫຼາຍແຫ່ງຊຶ່ງລວມມີສິລະປະຂອມ, ອິນດູ ແລະ ພຸດ ຕາມ ຮ່ອງຮອຍຫຼັກຖານທີ່ສະແດງໃຫ້ເຫັນໃນລວດລາຍສິລະປະຕາມສະຖານທີ່ຕ່າງໆ ໃນຂົງເຂດວັດແຫ່ງນີ້ ບໍ່ວ່າຈະເປັນຮີດຄອງ ຫຼື ການເຊື່ອຖື,
- ເຂດຄຸ້ມຄອງວັດພູມໍຣະດົກໂລກ ມີເນື້ອທີ່ປະມານ 390 ກິໂລແມັດມົນທົນ ຊຶ່ງກວມເອົາ 3 ເມືອງຂອງແຂວງຈຳປາສັກ ຄືເມືອງຈຳປາສັກ, ເມືອງປະທຸມພອນ ແລະເມືອງໂພນທອງ.
ສະຖານທີ່ທ່ອງທ່ຽວໃກ້ຄຽງ
- ທຳມະຊາດພູຜາປ່າໄມ້ທີ່ອຸດົມສົມບູນ ແລະ ອື່ນໆ