ນ້ຳຕົກຕາດ

ວັັດພູຈຳປາສັກ

ຖ້ຳກອງລໍ

ຖໍ້າກອງລໍ: ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ມີຊື່ສຽງລະດັບແນວໜ້າຂອງໂລກ ຍ້ອນວ່າເປັນຖໍ້າທີ່ມີສາຍນໍ້າຫີນບູນ ໄຫຼຜ່ານອຸໂມງຂອງພູຫີນບູນເຂົ້າໄປ ແລ້ວ ປ່ອງໃສ່ແມ່ນໍ້າຂອງ. ຖໍ້າກອງລໍຕັ້ງຢູ່ລະຫວ່າງບ້ານນາຕານ ແລະ ບ້ານກອງລໍ, ເມືອງຄູນຄຳ ເຊິ່ງຫ່າງຈາກເມືອງ 46 ກິໂລແມັດ.

  • ຖໍ້າກອງລໍ ເປັນ ຖໍ້າທີ່ສວຍງາມ ແລະ ມີສະເໜ່ດຶງດູດທີ່ສຸດ ເພາະທາງໃນຖໍ້າ ມີແກ້ງ, ຫີນຍ້ອຍ, ຫາດຊາຍ ທີ່ສວຍງາມຈຳນວນ 20 ກວ່າຈຸດ ເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມ.
  • ​ບັນດານັກ ທ່ອງທ່ຽວ ສາມາດ ເດີນທາງຈາກ ເສັ້ນທາງເລກທີ 13 ເຂົ້າໄປຕາມ ເສັ້ນທາງເລກ 8 ອາດຈະຮອດບ້ານຄູນຄຳ ເຊິ່ງຫ່າງຈາກ ຖ້ຳກອງລໍ 40 ກິໂລແມັດ.
  • ສຳລັບທາງເລືອກອື່ນ ທີ່ເໝາະສົມກັບຜູ້ ມັກການປະຈົນໄພ ແມ່ນ ຂີ່ເຮືອຈັກຫາງຍາວ ລ່ອງໄປຕາມ ສາຍນ້ຳຫີນບູນຈາກບ້ານນາ.
  • ຖໍ້າກອງລໍ ມີຄວາມຍາວປະມານ 7.500 ແມັດ, ເຊິ່ງມີຄວາມກ້ວາງປະມານ 30 ແມັດ ແລະ ສູງນັບແຕ່ 20 ແມັດຫາ 100 ແມັດ.
  • ນັກທ່ອງທ່ຽວສາມາດຂີ່ເຮືອລອດຜ່ານເຂົ້າໄປໃນຖ້ຳ ໄດ້ຕະຫຼອດ.
  • ໃນລະດູແລ້ງ ເປັນໄລຍະ ເໝາະສົມທີ່ສຸດ ເພື່ອຊົມຮູບໂສມສີສັນຂອງຖ້ຳ ໂດຍການຂີ່ເຮືອເຂົ້າໄປພາຍໃນຖ້ຳ ແລ້ວກໍ່ສາມາດລົງຈາກເຮືອແວ່ທ່ຽວຊົມ ທິວທັດ ແລະ ຍ່າງເລາະຫຼິ້ນຕາມ ຫາດຊາຍຂາວ ດ້ວຍການສຳ ພັດກັບອາກາດທີ່ເຢັນ ສະບາຍ. ພາຍໃນຖ້ຳນັກທ່ອງທ່ຽວຈະມີຄວາມສຸກ ພາຍໃຕ້ບັນຍາກາດ “ພາຍໃຕ້ຄວາມ ສວຍງາມ”.
  • ຖໍ້າກອງລໍ-ນາຕານ ຖືກຄົ້ນພົບແຕ່ສະ​ຕະວັດທີ XVI, ໃນຊຸມປີ 1960 ເລີ່ມນຳໃຊ້ ເຮືອຫາງຍາວເປັນພາຫະນະເດີນທາງ ໄປ-ຜ່ານຖ້ຳແຫ່ງນີ້ ຂອງຄົນທ້ອງຖິ່ນ.
  • ພົບວ່ານັກທ່ອງທ່ຽວ ສາມາດ ຂີ່ເຮືອຈັກຫາງ ຍາວແລ່ນລອດເຂົ້າຖໍ້າ ແລະ ຜ່ານອອກອີກດ້ານອື່ນ ເຊິ່ງຫຼຸດຜ່ອນເວລາໃນການສັນຈອນຈາກ 2 ຊົ່ວໂມງມາເປັນປະມານ 1 ຊົ່ວໂມງ.

ສະຖານທີ່ທ່ອງທ່ຽວໃກ້ຄຽງ

  • ມີພູຜາປ່າໄມ້ອອມຮອບ