ນ້ຳຕົກຕາດ

ວັັດພູຈຳປາສັກ

ພະທາດສີໂຄດຕະບອງ

ພະທາດສີໂຄດຕະບອງ ຕັ້ງຢູ່ບ້ານສີໂຄດ ແຄມຝັ່ງແມ່ນໍ້າຂອງໃນວັດເກົ່າເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງຂອງອະດີດ ເມືອງຫຼວງທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ. ຕາມທາງເລກທີ 13 ໃຕ້ຫ່າງຈາກເມືອງທ່າແຂກ 6 ກິໂລແມັດ.

  • ພະທາດ​ນີ້ ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງລະຫວ່າງສັດຕະວັດທີ VI–VIII. ພະທາດໜ່ວຍນີ້ເປັນ ບ່ອນບັນຈຸກະດູກອັດ ຖິຂອງພະ​ພຸດທະເຈົ້າ ໃນສັດຕະວັດ ທີ VI.
  • ໃນນີ້ຍັງມີຮູບປັ້ນຂອງພະຍາສີໂຄດຕະບອງຢືນຢ່າງສະຫງ່າລາສີ. ພົງສາວະດານ ກ່າວເຖິງພະທາດ ໜ່ວຍນີ້ວ່າ: ໃນ ສັດຕະວັດທີ XVI, ເຊິ່ງເປັນ​ໄລຍະທີ່ອານາຈັກລ້ານຊ້າງຄອບຄອງແຖບນີ້
  • ພຸດທະສາສະໜານິກາຍຫິນະຍານໄດ້ແຜ່ອິດທິພົ​ນເຂົ້າມາໃນຂົງເຂດ​​ນີ້ ແລະ ເຈົ້າຊີວິດໃນສັດຕະວັດທີ່ 16 (ຄ.ສ 15201-1747 ໄດ້ສັ່ງໃຫ້ມີການບູລະນະພະທາດໜ່ວຍ ນີ້).
  • ພະທາດສີໂຄດຕະບອງ ຫຼື ສີ​ໂຄດ​ຕະ​ບູນ ຕັ້ງຢູ່ເທສະບານເມືອງທ່າແຂກ (ປະ​ຈຸ​ບັນ) ເປັນ​ພະ​ທາດ​ທີ່​ສ້າງ​ຂື້ນສະໄໝອານາຈັກສີໂຄດຕະບອງ ໃນ​ສັດ​ຕະ​ວັດ VI ສະໄໝ ພຣະເຈົ້າສຸມິນທະຣາດເພື່ອສະເຫຼີມສະຫຼອງພຣະກຽດພຣະຍາສີໂຄດຕະບອງໂດຍສ້າງອຸບມົງ(ພຮະທາດສີໂຄດຕະບອງ) ກວມຮອຍພຮະບາດ(ຮອຍຕີນ)ຂອງພຮະພຸດທະເຈົ້າຄັ້ງຍັງມີພຮະງົບຫູ່, ພຮະອົງໄດ້ສະເດັດມາຈາກພູກໍາພ້າມາປະທັບຢູ່ທີ່ນີ້ກ່ອນສະເດັດໄປພັກຜ່ອນຢູ່ຕົ້ນຮັງ ແລະ ໄດ້ເອົາພຣະສາຮິຄະທາດຂອງພຣະຍາສີໂຄດຕະບອງບັນຈຸໄວ້ໃນອົງພຣະທາດ
  • ຜ່ານຂະບວນວິວັດແຫ່ງປົກຄອງຂອງບັນດາພຣະຍາຢູ່ບັນດານະຄອນຕ່າງໆ ທີ່ປະກົດໃນ​ຕຳນານ ແລະ ການຄົ້ນພົບຂອງນັກບູຮານຄະດີຢູ່ ເຂດບ້ານໜອງເຮືອທອງ ແຄມຝັ່ງເຊບັ້ງໄຟພົບເຫັນຫລັກຖານ: ເສົາຫີນເປັນຮູບສີວະລິງຄະປະເພດ 8 ຫຼ່ຽມຈໍານວນ 3 ເສົາ, ຫີນແກະສະຫຼັກຮູບສາມຫຼ່ຽມ, ຂ້າງໃນເປັນຮູບບູຊາໃນສາສະໜາພາມສະໄໝຕົ້ນສີໂຄດຕະບອງ, ຮ່ອງຮອຍກະຕຶບພົບເຫັນຫີນສາມຊະນິດຄື : ຫີນຕັດ, ດິນຈີ່ ແລະ ຫີນເຂົ້າຈີ່ຢ່າງຫຼວງຫຼາຍ, ໝໍ້ໃສ່ກະດູກ

ສະຖານທີ່ທ່ອງທ່ຽວໃກ້ຄຽງ

  • ແມ່ນ້ຳຂອງ
  • ຊຸມຊົນ
  • ທົ່ງນາ